ສູນພັດທະນາອາຊີບໂຮງແຮມ ແລະການທ່ອງທ່ຽວ- ປາກປ່າສັກ

ເຜີຍແຜ່ການສຳຫຼວດຄວາມຕ້ອງການທັກສະຂອງພາກທຸລະກິດເອກະຊົນ (Enterprise Survey) ປີ 2023 ແລະ ປຶກສາຫາລືວຽກງານພັດທະນາຊັບພະຍາກອນມະນຸດ




ກອງປະຊຸມໄດ້ຈັດຂື້ນໃນວັນທີ 16 ພຶດສະພາ 2025 ທີ່ ຣີສອດ ແຫຼວຄໍາປະເສີດ, ເມືອງ ວຽງຄໍາ ແຂວງ ວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ເເສງສຸລິນ ອຸໄທ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງວຽງຈັນ, ທ່ານ ນາງ ດາວວຽງ ພົງສະຫວັດ ຮອງຫົວໜ້າກົມແຜນການ, ຮອງຫົວໜ້າກອງເລຂາຂອງຄະນະກໍາມາທິການແຫ່ງຊາດເພື່ອການພັດທະນາຊັບພະຍາກອນມະນຸດ ກະຊວງສຶກສາທິການ ແລະກິລາ ແລະ ທ່ານ ວັນຄໍາ ສຸນັນທາ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ; ໂດຍມີບັນດາ ທ່ານຄະນະວິຊາການຂັ້ນສູນກາງ, ຊ່ຽວຊານ ພ້ອມດ້ວຍຜູ້ປະສານງານໂຄງການແຜນການທັກສະເພື່ອການທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ (Lao/336), ຄະນະກໍາມະການພັດທະນາຊັບພະຍາກອນມະນຸດຂັ້ນແຂວງ, ຜູ້ອໍານວຍການ ວິທະຍາໄລ, ໂຮງຮຽນວິຊາຊີບ ແລະ ຜູ້ປະກອບການທຸລະກິດພາກເອກະຊົນ, ພາຍໃນແຂວງ ເຂົ້າຮ່ວມລວມທັງໝົດ 39 ທ່ານ, ຍິງ 14 ທ່ານ.
ຜ່ານການສໍາຫຼວດຄວາມຕ້ອງການທັກສະຂອງທຸລະກິດ ພາກເອກກະຊົນ ປີ 2023 ໃນທົ່ວແຂວງວຽງຈັນ ສາມາດສະຫຼຸບໄດ້ວ່າ: ອາຊີບທີ່ມີຄວາມຕ້ອງການໃນຕະອອກຫຼາດແຮງງານສູງກວ່າໝູ່ ແມ່ນພະນັກງານຂະແໜງ ອຸດສາ ຫະກຳ ຜະລິດສະບຽນອາຫານ; ຂະແໜງການເສດຖະກິດ ທີ່ມີຄວາມຕ້ອງການຈ້າງງານສູງກວ່າໝູ່ ແມ່ນ ອຸດສາຫະ ກຳຜະລິດແຜ່ນແພ ເຄື່ອງນຸ່ງຫົ່ມ, ເກີບ ແລະ ເຄື່ອງໜັງ.
ສ່ວນການຈ້າງງານສຸດທິ ເຫັນວ່າ ຂະແໜງອຸດສາຫະກຳຜະລິດ ແຜ່ນແພ, ເຄື່ອງນຸ່ງຫົ່ມ, ເກີບ ແລະ ເຄື່ອງ ໜັງມີການຈ້າງງານສູງເຖິງ 20.219 ຄົນ, ຮອງລົງມາແມ່ນຂະແໜງອຸດສາຫະກຳປຸງແຕ່ງ ອື່ນໆ 1.229 ຄົນ. ອຸດສາຫະກຳຜະລິດ ເຄື່ອງດື່ມ ແລະ ຢາສູບ 1.164 ຄົນ ການເຄື່ອນໄຫວບໍລິການ ທີ່ພັກເຊົາ ແລະ ຮ້ານອາຫານ ມີ ເຖິງ 411 ຄົນ: ໃນຂະນະທີ່ຂະແໜງການທີ່ມີການຈ້າງງານສຸດທິຕໍ່າທີ່ສຸດກໍ່ຄືຂະແໜງອຸດສະຫະກຳ ຜະລິດສະບຽງ ອາຫານ ເຊິ່ງມີພຽງແຕ່ 3,991 ຄົນ.
ແຜນການຈ້າງງານໃໝ່ຂອງບັນດາຫົວໜ່ວຍວິສະຫະກິດ ພາຍໃນປີ 2023 ໃນທົ່ວແຂວງ ມີແຜນຈ້າງງານ ໃໝ່ທັງໝົດ 4,085 ຄົນ, ເຊິ່ງແຕ່ລະຂະແໜງການມີຄວາມຕ້ອງການຈ້າງງານ ທີ່ແຕກຕ່າງກັນ. ຂະແໜງການທີ່ມີ ຄວາມຕ້ອງການຈ້າງງານຫຼາຍກວ່າໝູ່ ແມ່ນຂະແໜງອຸດສະຫະກຳ ຜະລິດສະບຽງອາຫານ ມີເຖິງ 3.991 ຄົນ.
ນອກຈາກນີ້ເຮົາຍັງສາມາດສະຫຼຸບຕີລາໄດ້ເຖິງຄວາມຕ້ອງການທັກສະດ້ານຕ່າງໆ ຄື: ຫົວໜ່ວຍທຸລະກິດ ພາກເອກະຊົນພາຍໃນແຂວງ ຈາກຜົນການສໍາຫຼວດທັກສະຄວາມຕ້ອງການ ໃນຈໍານວນ 15 ທັກສະ ສາມາດຍົກໃຫ້ ເຫັນ ທັກສະທີ່ມີຄວາມສົນໃຈ ແລະ ຕ້ອງການຫຼາຍ ຄື ທັກສະດ້ານບໍລິການ ແລະ ພາສາຈີນ ສູງເຖິງ 46ສ່ວນຮ້ອຍ . ທັກສະດ້ານວິຊາສະເພາະ 43 ສ່ວນຮ້ອຍ, ທັກສະດ້ານຄວາມເຊື່ອຖືໄດ້ 42 ສ່ວນຮ້ອຍ, ທັກສະດ້ານຄວາມອົດທົນ ແລະ ເຮັດວຽກເປັນຄະນະ ກວມ 40ສວນຮ້ອຍ;
ທັກສະທີ່ມີຄວາມຕ້ອງການຢູ່ໃນລະດັບທຳມະດາ ຄື: ທັກສະດ້ານຄວາມຄິດສ້າງສັນ 59 ສ່ວນຮ້ອຍ, ທັກ ສະດ້ານສື່ສານ 54ສ່ວນຮ້ອຍ, ທັກສະດ້ານຄວາມຮຽນຮູ້ 53ສ່ວນຮ້ອຍ, ທັກສະດ້ານການວິເຄາະ ແລະ ການແກ້ໄຂ ບັນຫາ 52 ສ່ວນຮ້ອຍ;
ທັກສະທີ່ມີຄວາມຕ້ອງການໜ້ອຍ ຄື: ທັກສະດ້ານຄອມພິວເຕີ 48ສ່ວນຮ້ອຍ, ທັກສະດ້ານວິຊາສະເພາະ 28 ສ່ວນຮ້ອຍ, ທັກສະດ້ານພາສາອັງກິດ, ພາສາຈີນ 25 ສ່ວນຮ້ອຍ ແລະ ທັກສະດ້ານການວິເຄາະ, ເພິ່ງພາຕົນເອງ 21 ສ່ວນຮ້ອຍ.
ກອງປະຊຸມດັ່ງກ່າວ ໄດ້ດຳເນີນແຕ່ ເວລາ 8:30 ໂມງ ແລະ ປິດລົງ ໃນ16:30 ໂມງ ຂອງວັນທີ 16 ພຶດສະພາ 2025 ເຊິ່ງໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ວາງໄວ້.
All reactions:
32














Post a Comment

Previous Post Next Post